11365View
14m 9sLenght
19Rating

The Oy people of Attapeu Province in southern Laos migrated from the mountains to the lowlands and began to cultivate paddy fields from about 50 years ago. The people dig out holes similar to wells in the rice fields. These are called l"um pa". The people use various techniques to have large numbers of fish come into the lum pa, where they live and grow. Lum pa are a product of local wisdom for ensuring supplies of protein in the community environment during the dry season, when fish are not readily available. ຫລຸມປາ ແມ່ນວິທີການເກັບກັກເອົາປາທີ່ມີມາຈາກທຳມະຊາດ ຂອງ ຊົນເຜົ່າໂອຍ, ທີ່ອາໄສຢູ່ເຂດ ສອງ ເມືອງຂອງແຂວງ ອັດຕະປື ເພື່ອໃຫ້ສາມາດນຳໃຊ້ທ່າແຮງຂອງ ທຳມະຊາດໃຫ້ມີແຫລ່ງອາຫານໄດ້ມາຮັບໃຊ້ໃນຊີວິດປະຈຳວັນ, ສຳຄັນອີກປະການນຶ່ງກໍ່ແມ່ນພູມປັນຍາທີ່ແສນສະຫລາດໃນການກຳຈັດສັດຕູພືດ ດ້ວຍປາ ແລະກະຈາຍຝຸ່ນໃສ່ນາດ້ວຍປາ, ໃນນີ້ປະຊາຊົນກໍ່ຍັງຫ້າມການນຳໃຊ້ປຸຍເຄມີໃນນາຕື່ມອີກ ເພາະວ່າ: ນາເຂດນີ້ກໍ່ບໍ່ຈຳເປັນ ໃສ່ປຸຍເຂົ້າ ກໍ່ງາມຢູ່ແລ້ວ. ແຕ່ສາລະຄະດີເລື້ອງນີ້ຢາກສະແດງໃຫ້ເຫັນວ່າ ສິ່ງທ້າທາຍ ຕໍ່ວິທີການນີ້ ແລະພູມປັນຍາເຫລົ່ານີ້ຍັງກໍ່ຄືການພັດທະນາທີ່ມຸ້ງເນັ້ນໃສ່ ພຽງເສດຖະກິດຢ່າງດຽວ ນັ້ນສາມາດເຮັດໃຫ້ວິທີການແລະພູມປັນຍາເຫລົ່ານີ້ອາດຈະສູນຫາຍໃນຕໍ່ໜ້າ.